Ministry of Energy and Mines

Department of Energy Business

ສານສູງສຸດມາເລເຊຍ ຕັດສິນໃຫ້ຄວາມຍຸຕິທຳຄະດີ ຫົງສາ ລິກໄນ

ຂປລ. ສານ​ສູງ​ສຸດ​ຂອງ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ຕັດສິນ​ໃຫ້​ລັດຖະບານ​ລາວ ຊະນະ​ຄະດີ​ຮ້ອງ​ຟ້ອງ​ທາງ​ດ້ານ​ການ​ຄ້າ ກັບ ບໍລິສັດ​ໄທ-ລາວ ລິກ​ໄນ ຈຳກັດ ​ເນື່ອງ​ຈາກລັດຖະບານ​ລາວ ​ໄດ້​ເຊັນ​ສັນຍາ​ສຳ​ປະທານ​ຖ່ານ​ຫີນ​ລິກ​ໄນ ໃນ​ປີ 1992 ​ແລະ ສັນຍາ​ພັດທະນາ​ໂຮງງານ​ໄຟຟ້າ​ຂະໜາດ 600 MW ​ໃນ​ປີ 1994 ກັບ​ບໍລິສັດ​ດັ່ງກ່າວ, ຍ້ອນ​ເງື່ອນ​ໄຂ​ທີ່​ຜູ້​ລົງທຶນ​ບໍ່​ສາມາດ​ພັດທະນາ​​ໂຄງການ​ດັ່ງກ່າວ​ໄດ້​ຕາມ​ສັນຍາ ​ແລະ ​ແກ່ຍາວ​ໂຄງການ​ເປັນ​ເວລາ 12 ປີ, ​ເພື່ອ​ບໍ່​ໃຫ້​ເສຍ​ໂອກາດ​ໃນ​ການ​ພັດທະນາ​ໂຄງການ​ດັ່ງກ່າວ ລັດຖະບານ​ລາວ​ ຈຶ່ງ​​ແຈ້ງ​ຍົກ​ເລີກ​ສັນຍາ​ກັບ​ຜູ້​ລົງທຶນ.

​ໃນວັນ​ທີ 25 ກັນຍາ 2017 ນີ້, ທ່ານ ​ໄຊ​ປະ​ເສີດ ພົມ​ສຸພາ ຫົວໜ້າ​ກົມ​ທຸລະ​ກິດພະລັງງານ, ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ຮອງ​ຫົວໜ້າ​ຄະນະ​ກຳມະການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ໂຄງການ​ໄຟຟ້າ​ພະລັງ ງານ​ຄວາມ​ຮ້ອນ​ຫົງ​ສາລິກ​ໄນ ​ໄດ້​ຖະ​ແຫ​ລ່ງຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ພາຍຫ​ລັງ​ລັດຖະບານ​ລາວ ​ໄດ້​ຍົກ​ເລີກ​ສັນຍາ ຜູ້​ລົງທຶນ​ໄດ້​ດຳ​ເນີນ​ການ​ຮ້ອງ​ຟ້ອງ​ຮຽກ​ຄ່າ​ເສຍ​ຫາຍ​ ຈາກ​ລັດຖະບານ ​ໃນ​ມູນ​ຄ່າ 3.000 ລ້ານ​ໂດ​ລາ​ສະຫະລັດ, ​ໂດຍ​ນຳ​ໃຊ້​ເງື່ອ​ນ​ໄຂ​ການ​ຮ້ອງ​ຟ້ອງ​ ທີ່​ກຳນົດ​ໃນ​ສັນຍາ​ພັດທະນາ​ໂຮງງານ​ໄຟ​ຟ້າ​ທີ່​ກຳ​ນົດ​ໃຫ້​ ມີ​ການ​ຕັ້ງ​ຄະນະ​ກຳມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ຂຶ້ນ ທີ່​ສູນ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ພາກ​ພື້ນ ທີ່​ນະຄອນຫລວງ​ກົວລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ. ລັດຖະບານ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ດັ່ງກ່າວ ​ຕາມ​ສັນຍາ, ພ້ອມ​ດຽວ​ກັນ ​ກໍ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ການ​ ຮ້ອງຟ້ອງຂອງ​ບໍລິສັດ​ດັ່ງກ່າວ ​ເຊິ່ງປະກອບ​ມີ ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຍຸ​ຕິທຳ, ກະຊວງ​ການ​ເງິນ ​ແລະ ທະນາຄານ​ແຫ່ງ ສປປ ລາວ ​ເພື່ອ​ຮັບຜິດຊອບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດັ່ງກ່າວ.

ການ​ໄກ່​ເກ່ຍ​ໃນ​ເບື້ອງ​ຕົ້ນ ສອງ​ຝ່າຍ​ໄດ້​ຕົກລົງ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ໄກ່​ເກ່ຍ 3 ທ່ານ ​ໃນ​ປີ 2007 ​ໂດຍ​ຄະນະ​ກຳມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ ໄດ້​ກຳນົດ​ໃຫ້​ສອງ​ຝ່າຍສະ​ເໜີ​ເອກະສານ ​ຫລັກ​ຖານ​ການ​ຟ້ອງ​ຮຽກ​ຄ່າ​ເສຍ​ຫາຍ​ຈາກ​ຜູ້​ລົງທຶນ ​ແລະ ການ​ແກ້​ຟ້ອງ​ຈາກ​ຝ່າຍ​ລັດຖະບານ. ​ໃນ​ປີ 2009 ຄະນະ​ກຳ ມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ໄດ້​ເປີດ​ການ​ໄຕ່​ສວນ​ ທາງ​ດ້ານ​ຫລັກ​ຖານ​ເອກະສານ​ ແລະ ຄຳ​ໃຫ້ການ​ຂອງ​ພະຍານ​ສອງ​ຝ່າຍ, ຫລັງ​ຈາກ​ສິ້ນ​ສຸດ​ການ​ໄຕ່​ສວນມາ​ຮອດ​ທ້າຍ​ປີ 2009 ຄະນະ​ກຳມະການ​ດັ່ງກ່າວ ​ກໍ​ໄດ້​ອອກ​ຄຳ​ຕັດສິນ ​ໂດຍ​ກຳນົດ​ໃຫ້​ລັດຖະບານ ​ທົດ​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ຜູ້​ລົງທຶນ​ຈຳນວນ 56,2 ລ້ານ​ໂດ​ລາ​ສະຫະລັດ. ຕໍ່​ກັບ​ຄຳ​ຕັດສິນ​ນັ້ນ, ລັດຖະບານ ​​ໄດ້​ແຈ້ງ​ຈຸດ​ຢຶນຄັດຄ້ານ​ ມາ​ແຕ່​ເລີ່​ມຕົ້ນ​ຂະ​ບວນການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ ​ເພາະ​ເປັນ​ການ​ພິຈາລະນາ​ ທີ່​ບໍ່​ນອນ​ໃນ​ຂໍ້​ມູນ​ຄວາມ​ເປັນ​ຈິງ ​ເຊິ່ງລັດຖະບານ​ໄດ້​ຊີ້​ແຈງ​ຕໍ່​ຄະນະນກຳມະການ​ໄກ່​ເກ່ຍ​ຂໍ້​ຂັດ​ແຍ່ງ​ ຄື: ຄະນະ​ກຳມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ ບໍ່​ສາມາດລວມ​ເອົາ​ສອງ​ສັນຍາ​ສຳ​ປະທານ ມາ​ເປັນ​ຂໍ້​ຂັດ​ແຍ່ງ​ດຽວ​ກັນ ​ເພາະ​ສັນຍາ​ສຳ​ປະທານ​ຖ່ານ​ຫີນ​ລິກ​ໄນ ກຳນົດ​ໃຫ້​ແກ້​ຂໍ້​ຂັດ​ແຍ່ງ​ ຢູ່ຂະ​ບວນການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ຢູ່ ສປປ ລາວ, ມີ​ພຽງ​ສັນຍາ​ພັດທະນາ​ໂຄງການ​ໄຟຟ້າ ທີ່​ອະນຸຍາດ​ທີ່​ດຳ​ເນີນ​ການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ ຢູ່​ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ສາກົນ. ຖ້າ​ຜູ້​ລົງທຶນ​ຕ້ອງ​ຮຽກ​ຄ່າ​ເສຍ​ຫາຍ​ ຈາກ​ການ​ລົງທຶນ​ສຳ​ຫລວດ​ຖ່ານ​ຫີນ​ລີກ​ໄນ ກໍ່​ຕ້ອງ​ຍື່ນ​ຄຳ​ຮ້ອງ​ຕໍ່​ຂະ​ບວນການ​ໄກ່​ເກ່ຍຢູ່ ສປ ປ ລາວ ຕາມ​ເງື່ອນ​ໄຂ​ຂອງ​ສັນຍາ​ສຳ​ປະທານ​ບໍ່​ແຮ່​ໄດ້​ກຳນົດ​ໄວ້; ຜູ້​ລົງທຶນ​ບໍ່​ມີ​ການ​ລົງທຶນ​ພັດທະນາ​ຕົວ​ຈິງ​ ໃນ​ໂຄງການ​ດັ່ງກ່າວ (ບໍ່​ມີ​ການ​ຂຸດ​ຄົ້ນ ຫລື ສ້າງ​ໂຮງງານ​ໄຟຟ້າ) ຕາມ​ສັນຍາ​ສຳ​ປະທານ.

ຈາກ​ເຫດຜົນ​ດັ່ງກ່າວ, ລັດຖະບານ ຈຶ່ງຮ້ອງ​ຂໍ​ຕໍ່​ສານ​ຍຸຕິ​ທຳປະ​ເທດ​ມາ​ເລ​ເຊຍ ​ເພື່ອ​ຂໍ​ຄັດ​ຄ້ານ​ຕໍ່​ຄຳ​ຕັດສິນ​ຂອງ​ ຄະນະ​ກຳມະການ​ໄກ່ເກ່ຍຂໍ້​ຂັດ​ແຍ່ງດັ່ງກ່າວ, ການ​ກຳ​​ເນີນ​ການ​ຄັດຄ້ານ ​ແມ່ນ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຂອງ​ກົດໝາຍ​ປະ​ເທດ​ມາ​ເລ​ເຊຍ ​ແລະ ສົນທິສັນຍາ​ນິວຢອກ ວ່າ​ດ້ວຍ​ການ​ຮັບ​ຮູ້ ​ແລະ ປະຕິບັດ​ຄຳ​ຕັດສິນ ຂອງ​ຄະນະ​ກຳມະການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ສາກົນ ປີ 1958 ທີ່ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ເປັນ​ພາຄີ ​ໃນ​ປີ 1999 ທີ່​ໄດ້​ກຳ​ນົດ​ໃຫ້​ຄູ່​ກໍລະນີ ຫາກ​ບໍ່​ເຫັນ​ດີ​ປະຕິບັດ​ຕາມ​ຄຳ​ຕັດສິນ​ ຂອງຄະນະ​ກຳມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ ​ແມ່ນ​ສາມາດ​ສະ​ເໜີ​ໃຫ້​ສານ​ຍຸຕິ​ທຳ ບ່ອນ​ທີ່​ດຳ​ເນີນ​ການ​ພິຈາລະນາ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ນັ້ນ  ທົບ​ທວນຄືນ​ຕໍ່​ຄຳ​ຊີ້​ຂາດ​ດັ່ງກ່າວ.

​ໃນການ​ຮ້ອງຟ້ອງ​ທີ່​ສານ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ເລີ່​ມດຳ​ເນີນ​ມາ​ແຕ່​ປີ 2011, ເຊິ່ງ​ເບື້ອງ​ຕົ້ນລັດ ຖະບານ​ ໄດ້​ຮ້ອງ​ຂໍ​ໃຫ້​ສານ​ຮັບຄຳ​ຮ້ອງ​ການຂໍ​ຄັດ​ຄ້ານ ​ຂອງ​ລັດຖະບານ ​ເຊິ່ງສານ​ກໍ​ໄດ້​ພິຈາລະນາ​ຮັບ​ຄຳ​ຮ້ອງ​ດັ່ງກ່າວ ​ແລະ ຮອດ​ປີ 2012 ຄະດີ​ຈຶ່ງ​ເຂົ້າ​ສູ່​ຂະ​ບວນການ​ພິຈາລະນາ ​ຂອງ​ສານ​ຍຸຕິ​ທຳ ​ໂດຍ​ເລີ່​ມ ຈາກ​ສານ​ຂັ້ນ​ຕົ້ນ​ຂອງ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ພິຈາລະນາ​ຄຳ​ຮ້ອງ​ຟ້ອງ ​ແລະ ຄຳ​ແກ້​ຟ້ອງ​ຂອງ​ສອງ​ຝ່າຍ ໄດ້​ມີ​ຄຳ​ຕັດສິນ​ວ່າ: ຄະນະ​ກຳມະການ​ໄກ່ເກ່ຍຂໍ້​ຂັດ​ແຍ່ງ ​ໄດ້​ໃຊ້​ສິດ​ເກີນ​ຂອບ​ເຂດ​ທາງ​ກົດໝາຍ ທີ່​ນຳ​ເອົາ​ຂໍ້​ຂັດ​ແຍ່ງ​ຂອງ​ສັນຍາ​ມາ​ໂຮມ​ເປັນ​ບັນຫາ​ດຽວ​ກັນ. ສະ​ນັ້ນ​, ສານ​ຈຶ່ງ​ໃຫ້​ລົບ​ລ້າງ​ການ​ຕັດສິນ​ຂອງ​ຄະນະ​ກຳມະການ​ໄກ່ເກ່ຍດັ່ງກ່າວ ​ແລະ ​ເລີ່​ມຂະ​ບວນການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ຄືນ​ໃໝ່ ​ໃຫ້​ຖືກ​ກັບ​ເງື່ອນ​ໄຂ​ຂອງ​ສັນຍາ​ທັງ​ສອງ​ສະບັບ ຫລັງ​ຈາກ​ນັ້ນຜູ້​ລົງທຶນ​ໄດ້​ສືບ​ຕໍ່​ຮ້ອ​ງຟ້ອງ ​ເພື່ອ​ຂໍ​ອຸທອນ​ຄຳ​ຕັດສິນ​ດັ່ງກ່າວ ​ໂດຍ​ຮ້ອງ​ຟ້ອງ​ຕໍ່​ສານ​ອຸທອນ​ຂອງ​ປະ​ເທດ​ມາ​ເລ​ເຊຍ  ສານ​ອຸທອນ​ໄດ້​ຮັບ​ຄໍາ​ຟ້ອງ ​ແລະ ດຳ​ເນີນ​ການ​ພິຈາລະນາ ​ແລະ ​ໄດ້​ອອກ​ຄຳ​ຕັດສິນ​ໃນ​ປີ 2014 ​ໂດຍ​ໄດ້​ຢືນ​ຍັນ​ເຫັນ​ດີ​ຕາມ​ຄຳ​ຕັດສິນ​ຂອງ​ສານ​ຂັ້ນ​ຕົ້ນ ຕໍ່​ມາ​ຜູ້​ລົງທຶນ​ຍັງ​ສືບ​ຕໍ່​ຢືນ​ຂໍ​ອຸທອນ​ຄຳ​ຕັດສິນ ຫາ​ສານ​ສູງ​ສຸດ​ຂອງ​ປະ​ເທດ​ມາ​ເລ​ເຊຍ ​ເຊິ່ງສານ​ກໍ​ໄດ້​ຮັບ​ຄຳ​ຟ້ອງ ​ແລະ ດຳ​ເນີນ​ການ​ພິຈາລະນາ​ໃນ​ປີ 2016 ຈົນ​ມາ​ຮອດ​ເດືອນ 8 ປີ 2017 ສານ​ສູງ​ສຸດ​ດັ່ງກ່າວ​ ໄດ້​ອອກ​ຄຳ​ຕັດ ສິນ ​ໂດຍ​ປະຕິ​ເສດ ​ແລະ ​ໃຫ້​ຍົກ​ເລີກ​ຄຳ​ຟ້ອງ​ຂອງ​ຜູ້​ລົງທຶນ. ການ​ປະຕິ​ເສດ​ດັ່ງກ່າວ​ຂອງ​ສານ​ໝາຍ​ເຖິງ​ສານ​ສູງ​ສຸດ ​ເຫັນ​ດີ​ຕາມ​ຄຳ​ຕັດສິນ​ຂອງ​ສານ​ຂັ້ນຕົ້ນ ​ແລະ ສານ​ອຸທອນ​ຂອງ​ປະ​ເທດ​ມາ​ເລ​ເຊຍ ​ໂດຍ​ສະ​ເພາະ​ຂໍ້​ກົດໝ​າຍຄື: ຄະນະ​ກຳມະການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ ພິຈາລະນາ​ໂຮມ​ເອົາ​ສອງ​ສັນຍາ​ສຳ​ປະທານ ​ມາ​ເຂົ້າ​ເປັນ​ຂໍ້​ຂັດ​ແຍ່ງ​ດຽວກັນ ​ແລະ ​ໄດ້​ໂຮມ​ມູນ​ຄ່າ​ທົດ​ແທນ​ການ​ລົງທຶນ​ຂອງ​ສອງ​ສັນຍາ​ເປັນ​ມູນ​ຄ່າ​ດຽວ​ກັນ ​ເຊິ່ງ​ເປັນ​ການ​ໃຊ້​ສິດທາ​ງດ້ານ​ກົດໝາຍ ​ທີ່​ເກີນ​ເງື່ອນ​ໄຂ​ຂອງ​ສັນຍາ​ສຳ​ປະທານ​ທັງ​ສອງ​ສະບັບ ​ໄດ້​ກໍານົດ​ໄວ້. ສ່ວນ​ການ​ໃຫ້​ເລີ່​ມຂະ​ບວນການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ​ຄືນ​ໃໝ່ ຕາມ​ທີ່​ສານ​ຂັ້ນ​ຕົ້ນ​ໄດ້​ຕັດສິນ​ໄວ້​ນັ້ນ ສານ​ສູງ​ສຸດ​ແມ່ນ​ບໍ່​​ເຫັນ​ດີ​ ໃຫ້​ດຳ​ເນີນ​ຂະ​ບວນດັ່ງກ່າວ​ອີກ. ຈາກ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ ​ປະ​ເທດ​ມາ​ເລ​ເຊຍ ​ຄັ້ງ​ນີ້ ​ແມ່ນ​ຖື​ວ່າ​ມີ​ຄວາມ​ໝາຍ​ສຳ​ຄັນ ​ແລະ ​ເປັນ​ການ​ດຳ​ເນີນ​ຂະ​ບວນການ​ຍຸຕິ​ທຳ​ສຸດ​ທ້າຍ​ແລ້ວ ທີ່​ລັດຖະບານ​ໄດ້​ເຂົ້າ​ຮ່ວມ ຈຶ່ງ​ຖື​ວ່າ ລັດຖະບານ ​ໄດ້​ຊະນະ​ຄະດີ​ຕໍ່​ການ​ຮ້ອງ​ຟ້ອງ​ຂອງ​ຜູ້​ລົງທຶນ.

ການ​ຕໍ່ສູ້​ຂອງ​ລັດຖບານ​ໃນ​ໄລຍະ​ຜ່າ​ມາແມ່ນ​ມີ​ຈຸດ​ຢືນ​ສຳຄັນ​ ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ຈິງ​ເອົາ​ຈັງ​ ຕໍ່​ການ​ປະຕິບັດ​ສັນຍາ​ສຳ​ປະທານ ທີ່​ລັດຖະບານ​ໄດ້​ຕົກລົງ​ຮ່ວມ​ກັບ​ຜູ້​ລົງທຶນ, ພ້ອມ​ກັບ​ຈຸດ​ຢືນ​ທີ່​ສະ​ແດງ​ ໃຫ້​ເຫັນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ ​ເພື່ອ​ບໍ່​ໃຫ້​ເສຍ​ໂອກາດ​ໃນ​ການ​ພັດທະນາ, ການ​ປະກອບສ່ວນ​​ເຂົ້າ​ສູ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ ​ໂດຍ​ສະ​ເພາະ​ການ​ພັດທະນາ​ຂະ​ແໜງ​ພະລັງງານ​ໄຟຟ້າ ເຊິ່ງ​ໃນ​ກໍລະນີ​ໂຄງການ​ໄຟຟ້າ​ຫົງສາ ​ເພື່ອ​ບໍ່​ໃຫ້​ເສຍ​ໂອກາດ​ຂອງ​ການ​ພັດທະນາ ຫລັງ​ຈາກ​ທີ່​ລັດຖະບານ​ໄດ້​ຍົກ​ເລີກ​ສັນຍາ​ສຳ​ປະທານ​ ກັບ​ຜູ້​ລົງທຶນ​ເກົ່າ ກໍ​ໄດ້​ຈັດ​ການ​ຄັດ​ເລືອກ​ຜູ້​ລົງທຶນ​ທີ່​ມີ​ຄວາມ​ສາມາດ ​ແລະ ປະ​ສົບ​ການ​ເຂົ້າ​ມາ​ລົງທຶນ​ໃນ​ກໍລະນີ​ນີ້ ກໍ​ມີ​ຫລາຍ​ບໍລິສັດ​ ສະ​ເໜີ​ຂໍ​ເຂົ້າ​ມາ​ລົງທຶນ ​ໃນ​ທີ່​ສຸດ ບໍລິສັດ​ທີ່​ຜ່ານ​ການ​ຄັດ​ເລືອກ​ຂອງ​ລັດຖະບານ ​ແມ່ນ​ບໍລິສັດ ບ້ານ​ປູ​ມະຫາຊົນຈຳກັດ ຈາກ​ປະ​ເທດ​ໄທ ທີ່​ມີ​ປະສົບ​ການ​ພັດທະນາ​ໄຟຟ້າ​ຄວາມ​ຮ້ອນ ດ້ວຍ​ຖ່ານ​ຫີນ​ຈາກ​ປະ​ເທດ​ໄທ ​ແລະ ​ເປັນ​ບໍລິ​ສັດ​ທີ່​ມີ​ທຶນຮອນ​ພຽງພໍສຳລັບ​ການ​ລົງທຶນ​ໃນ​ໂຄງການ​ນີ້.

ປັດຈຸບັນ ​ໂຄງການ​ໄຟຟ້າ​ຄວາ​ມຮ້ອນ​ຫົງ​ສາ ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເລີ່​ມການ​ຜະລິດ​ໄຟຟ້າ ​ເພື່ອ​ຈຳໜ່າຍ​ສູ່​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາ​ແຕ່​ປີ 2015 ​ມີ​ກຳລັງ​ຕິດ​ຕັ້ງ 1887 MW ​ແລະ ມູນ​ຄ່າ​ການ​ລົງທຶນ 3.700 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ: ຈັນທະ​ລອນ; ພາບ: ສະຫວາດ

ເນື້ອໃນ:ຂປລ

Search

Presentation

presented by Xaypaseuth Phomsoupha at Asia 2016,

1-3 March 2016, Vientiane Capital, Laos

download

A Presentation on PPP mabe by Mr. XAYPASAEUTH PHOMSOUPHA in London, 11-12 Novemver 2015 and In Singapore, Octopber 2015